ບໍລິສຸດຕໍ່ຊາດ ຮັບໃຊ້ປະຊາຊົນຢ່າງສຸດໃຈ ເສີມຂະຫຍາຍທາດແທ້ມູນເຊື້ອປະຕິວັດ ສໍາເລັດທຸກຫນ້າທີ່

ກອງພັນ​ທີ 1 ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ ເລກ 2 ວຽງ​ໄຊ ຖື​ສຳຄັນ​ວຽກ​ງານປູກຝັງ-ລ້ຽງສັດ

     ສະຫາຍ ຮ້ອຍ​ເອກ ຫຸມແພງ ວົງ​ດາ​ເພັດ ຮອງຫົວໜ້າກອງພັນ ຜູ້​ຮັບຜິດຊອບ​ວຽກ​ງານ​ພະລາທິການ ​ກອງພັນ​ທີ 1 (ນັກຮຽນ
.7) ໂຮງຮຽນ​ກໍ່ສ້າງ​ນາຍ​ສິບ​ເລກ 2 ວຽງ​ໄຊ ໃຫ້​ຮູ້​ວ່າ: ໃນ​ໄລຍະ​ຜ່ານ​ມາ ຄະ​ນະ​ພັກ-ຄະນະ​ບັນຊາ ​ກອງພັນ​ ນອກຈາກໄດ້​ຊີ້​ນຳ-
ນຳພາ ນັກຮຽນປະຕິບັດ​ຂໍ້​ກຳນົດ 7 ລະບອບ 18 ວຽກ​ຂອງ​ກອງທັບ, ບັນດາ​ຂໍ້​ກຳນົດ, ກົດ​ລະບຽບ​ຂອງ​ໂຮງຮຽນ​ວາງອອກ​ໃຫ້​
ເຂັ້ມ​ງວດ ແລະ ສຶກ​ສາ​ອົບຮົມ​ນັກຮຽນ ໃຫ້​ຕັ້ງໜ້າ​ຄົ້ນຄວ້າ​ຮໍ່າຮຽນ, ເຝິກຝົນ​ຫຼໍ່​ຫຼອມ​ຕົນ​ເອງ​ຮອບດ້ານ ເພື່ອ​ສ້າງ​ເປັນ​ພະນັກງານ
ຮຸ່ນ​ສືບ​ທອດ​ຂອງ​ກອງທັບ​ປະຊາຊົນ​ລາວ ​ແລ້ວຍັງ​ໄດ້​ຖື​ສຳຄັນ​ວຽກ​ປູກຝັງ-ລ້ຽງ​​ສັັັັດ ເພື່ອ​ສ້າງ​ເສດຖະກິດ​ແກ້​ໄຂ​ຊີວິດ​ການ​ເປັນ​ຢູ່​
ຂອງ​ພະນັກງານ
-ນັກຮົບ ກໍ​ຄືນັກຮຽນ​ໃຫ້​ດີ​ຂຶ້ນ ແລະ ສ້າງ​ລາຍ​ຮັບ ​ໝູນ​ໃຊ້​ເຂົ້າ​ໃນ​ການ​ປັບປຸງ​ພັດທະນາ​ກົມ​ກອງ ໃຫ້​ແໜ້ນໜາ​
ຖາວອນຕາມ​ທິດ​ນຳ ເພິ່ງ​ຕົນ​ເອງ, ກຸ້ມ​ຕົນ​ເອງ ແລະ ສ້າງ​ຄວາມ​ເຂັ້ມແຂງ​ດ້ວຍ​ຕົນ​ເອງ, ໂດຍ​ກົມ​ກອງ​ໄດ້​ວາງ​ຄາດໝາຍ​ສູ້​ຊົນ​ໃຫ້​
ບຸກຄົນ ຕ້ອງ​ສະໜອງ​ພືດ​ຜັກ​ເຂົ້າ​ເຮືອນຄົວ​ລວມ​ໃຫ້​ໄດ້​ຕາມ​ແຜນການ ດັ່ງນັ້ນ, ພະນັກງານ-ນັກຮົບ ​ໃນ​ທົ່ວ​ກົມ​ກອງ ແລະ ນັກ
ຮຽນ ຈຶ່ງ​ໄດ້​ແຂ່ງຂັນ​ກັນ​ປູກ​ພຶດ​ຜັກ​ຊະນິດ​ຕ່າງໆ ມີ​ທັງ​ສວນ​ລວມ​ຂອງ​ກອງພັນ, ສວນ​ລວມ​ກອງຮ້ອຍ ເພື່ອ​ແກ້​ໄຂ​ຊີວິດ​ການ​ເປັນ
​ຢູ່​ໃນ​ແຕ່​ລະ​ວັນ. ເຊິ່ງ​ສາມາດ​ປູກ​ຜັກ​ຊະນິດ​ຕ່າງໆ​ໄດ້ 9.547 ກິ​ໂລ​ກຣາມ ລວມ​ເປັນ​ເງິນ 8.188.000 ກີບ ໃນ​ນີ້, ກອງຮ້ອຍ 1
ປູກ​ໄດ້ 2.432 ກິ​ໂລ​ກຣາມ ເປັນ​ເງິນ 9.728.000 ກີບ, ກອງຮ້ອຍ 2 ປູກ​ໄດ້ 974 ກິ​ໂລ​ກຣາມ ເປັນ​ເງິນ 3.893.000 ກີບ,
ກອງຮ້ອຍ 3 ປູກ​ໄດ້ 1.031 ກິ​ໂລ​ກຣາມ ເປັນ​ເງິນ 3.093.000 ກີບ, ຄະນະ​ບໍລິຫານ​ງານ​ຊາວ​ໜຸ່ມ​ປູກ​ໄດ້ 5.110 ກິ​ໂລ​ກຣາມ
ເປັນ​ເງິນ 20.440.000 ກີບ. ພ້ອມ​ກັນ​ນີ້, ຍັງ​ໄດ້ຊຸກຍູ້​ພະນັກງານ-ນັກຮົບ ລ້ຽງສັດ ຕາມ​ເງື່ອນໄຂ​ຕົວ​ຈິງ ໃນນີ້, ພະນັກງານ
ແລະ ນັກຮຽນ ລ້ຽງ​ໝູ​ ທັງ​ໝົດ 23 ໂຕ ສະໜອງ​ເຂົ້າ​ເຮືອນຄົວ​ລວມ​ໄດ້ 740 ກິ​ໂລ​ກຣາມ ເປັນ​ເງິນ 44.289.000 ກີບ.

     ສະຫາຍ ຮ້ອຍ​ເອກ ຫຸມແພງ ວົງ​ດາ​ເພັດ ຍັງ​ກ່າວ​ຕື່ມ​ວ່າ: ສຳລັບ​ທິດ​ທາງ​ແຜນການ​ຕໍ່ໜ້າ​ນີ້ ຈະ​ສືບຕໍ່​ປຸກລະດົມ​ຊຸກຍູ້​ພະ
ນັກງານ-ນັກຮົບ ແລະ ນັກຮຽນ ປູກ​ຜັກ​ຊະ​ນິກ​ຕ່າງໆ ໃຫ້​ໄດ້​ຕາມ​ແຜນການ, ຜະລິດ​ເປັນ​ສິນຄ້າ ສ້າງ​ລາຍ​ຮັບ​ເຂົ້າ​ກົມ​ກອງ​ໃຫ້​
ຫຼາຍ​ຂຶ້ນ ເພື່ອ​ເປັນ​ທ່າແຮງ​ໜຶ່ງ​ປະກອບສ່ວນ​ເຂົ້າ​ໃນ​ການ​ປັບປຸງ​ພັດທະນາ​ກົມ​ກອງ​ໃຫ້​ມີ​ໃບ​ໜ້າ​ອັນ​ໃໝ່, ທັງ​ເປັນ​ການ​ເຝິກຝົນ​
ນັກຮຽນ ໃຫ້​ມີ​ທັດສະນະ​ການ​ອອກແຮງ​ງານ​ທີ່​ດີ, ມີ​ຄວາມ​ດຸໝັ່ນ​ຂະຫຍັນ​ພຽນ. ທັງ​ໝົດ​ນີ້, ​ເພື່ອ​ເອກອ້າງ​ໄວ້​ເປັນ​ຜົນງານ​ຂໍ່າ
ນັບ​ຮັບ​ຕ້ອນວັນ​ສ້າງຕັ້ງ​ກອງທັບ​ປະຊາຊົນ​ລາວ ຄົບຮອບ 75 ປີ ​ໃຫ້​ມີ​ເນື້ອ​ໃນ​ຄວາມ​ໝາຍ​ເລິກເຊິ່ງ.

ແຫຼ່ງທີ່ມາ: ຄຳ​ແປງ ຟອງ​ສາຍໄໝ
ວັນທີ 02/01/2024